Welcome to the website of the Embassy of the Republic of Korea in Lao PDR
ສປປ ລາວ ຕັ້ງຢູ່ໃນໃຈກາງຂອງແຫຼມອິນໂດຈີນ ຊຶ່ງເປັນປະເທດດຽວ ໃນພາກພື້ນຕາເວັນອອກສ່ຽງໃຕ້ ທີ່ບໍ່ມີຊາຍແດນຕິດກັບທະເລ, ແຕ່ເປັນຈຸດສູນກາງ ທາງດ້ານການເຊື່ອມໂຍງ-ເຊື່ອມຈອດທາງບົກ ໃຫ້ແກ່ ສປ ຈີນ, ມຽນມາ, ລາຊະອານາຈັກໄທ, ລາຊະອານາຈັກກຳປູເຈຍ ແລະ ສ.ສ ຫວຽດນາມ. ປະມານ 70%ຂອງ ເນື້ອທີ່ທົ່ວປະເທດລາວ ແມ່ນເຂດພູດອຍ ແລະ ມີຊັບພະຍາກອນທຳມະຊາດ ທີ່ໜ້າທ່ຽວຊົມ, ປະມານ 70%ຂອງປະຊາກອນລາວ ແມ່ນນັບຖືສາສະໜາພຸດ, ໂດຍໃນແຕ່ລະທ້ອງຖິ່ນ ມີວັດທະນະທຳທາງດ້ານພຸດທະສາສະໜາ ທີ່ເປັນເອກະລັກພິເສດ, ທັງເປັນປະເທດ ທີ່ມີຄວາມສະຫງົບ ແລະ ໂອບເອື້ອອາລີ. ໃນປີ 2024 ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ(ASEAN) ຊຶ່ງຜັກດັນໃຫ້ສປປ ລາວ ມີບົດບາດສູງຂຶ້ນກວ່າເກົ່າ ຢູ່ໃນເວທີສາກົນ.
ໃນປີ2025ແມ່ນ ເປັນປິຄົບຮອບ30ປີ ໃນການສ້າງຕັ້ງສາຍພົວພັນການທູດຄືນໃຫມ່ລະຫວ່າງ ສ.ເກົາຫລີ ແລະ ລາວ ພວກເຮົາໄດ້ສ້າງຕັ້ງສາຍພົວພັນການທູດ ຄືນໃໝ່ ໃນປີ1995 ເປັນຕົ້ນມາ, ການພົວພັນຮ່ວມມືທາງດ້ານການເມືອງ, ເສດຖະກິດ, ການຊ່ວຍເຫຼືອ ເພື່ອການພັດທະນາ, ການແລກປ່ຽນວັດທະນະທຳ ແລະ ຂະແໜງ ການອື່ນໆ ແມ່ນໄດ້ຮັບການເສີມຂະຫຍາຍ ຢ່າງຕັ້ງໜ້າ. ພາຍຫຼັງ ເປີດຖ້ຽວບິນໂດຍກົງ ລະຫວ່າງ ສອງປະເທດ ນັບແຕ່ເດືອນທັນວາ ປີ2011 ເປັນຕົ້ນມາ, ມີຈໍານວນນັກທ່ອງທ່ຽວຊາວເກົາຫຼີມາທ່ອງທ່ຽວ ສປປ ລາວ ບັນລຸເຖິງ 2ແສນກວ່າຄົນ. ແນວໃດກໍ່ຕາມ, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນເຮັດໃຫ້ນັກທ່ອງທ່ຽວເກົາຫຼີ ຫຼຸດລົງ ຢ່າງຫຼວງຫຼາຍ, ແຕ່ວ່າ ໃນປະຈຸບັນ ເຫັນໄດ້ວ່າ ນັກທ່ອງທ່ຽວຊາວເກົາຫຼີ ໄດ້ກັບຄືນມາທ່ອງທ່ຽວ ສປປ ລາວ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ຊຶ່ງຄາດຄະເນວ່າ ຈະສາມາດດຶ່ງດູດນັກທ່ອງທ່ຽວໄດ້ສູງສຸດ 17ພັນຄົນ ຕໍ່ເດືອນ.
ນັບແຕ່ ສ.ເກົາຫຼີ ແລະ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດ ຄືນໃໝ່ ໃນປີ1995 ເປັນຕົ້ນມາ, ການພົວພັນຮ່ວມມືທາງດ້ານການເມືອງ, ເສດຖະກິດ, ການຊ່ວຍເຫຼືອ ເພື່ອການພັດທະນາ, ການແລກປ່ຽນວັດທະນະທຳ ແລະ ຂະແໜງ ການອື່ນໆ ແມ່ນໄດ້ຮັບການເສີມຂະຫຍາຍ ຢ່າງຕັ້ງໜ້າ. ພາຍຫຼັງ ເປີດຖ້ຽວບິນໂດຍກົງ ລະຫວ່າງ ສອງປະເທດ ນັບແຕ່ເດືອນທັນວາ ປີ2011 ເປັນຕົ້ນມາ, ເຮັດໃຫ້ນັກທ່ອງທ່ຽວຊາວເກົາຫຼີພວກເຮົາ ໄດ້ຫຼັ່ງໄຫຼເຂົ້າມາທ່ອງທ່ຽວ ສປປ ລາວເພີ່ມຂຶ້ນ ຢ່າງໄວວາ ໂດຍໃນປີ 2019 ສາມາດບັນລຸຕົວເລກນັກທ່ອງທ່ຽວເກົາຫຼີ ໄດ້ເຖິງ 2ແສນກວ່າຄົນ. ແນວໃດກໍ່ຕາມ, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນເຮັດໃຫ້ນັກທ່ອງທ່ຽວເກົາຫຼີພວກເກົາ ຫຼຸດລົງ ຢ່າງຫຼວງຫຼາຍ, ແຕ່ວ່າ ໃນປະຈຸບັນ ເຫັນໄດ້ວ່າ ນັກທ່ອງທ່ຽວຊາວເກົາຫຼີ ໄດ້ກັບຄືນມາທ່ອງທ່ຽວ ສປປ ລາວ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ຊຶ່ງຄາດຄະເນວ່າ ໃນອີກບໍ່ດົນຕໍ່ໜ້ານີ້ ຈຳນວນນັກທ່ອງທ່ຽວເກົາຫຼີ ຈະເພີ່ມຂຶ້ນ ຫຼາຍກວ່າໄລຍະຜ່ານມາ.
ປະຈຸບັນນີ້, ເຫັນໄດ້ວ່າ ປະຊາຊົນລາວ ບັນດາເຜົ່າ ໄດ້ມີຄວາມສົນໃຈ ຕໍ່ການຮຽນພາສາ ແລະ ວັດທະະທຳເກົາຫຼີ ນັບມື້ສູງຂຶ້ນເລື້ອຍໆ, ເປັນຕົ້ນແມ່ນ ການຮຽນພາສາເກົາຫຼີ, ຮຽນເຕັ້ນ K-pop, ເບິ່ງຊົມ K-Contents, ຊີມອາຫານເກົາຫຼີ. ສະຖານເອກອັກຄະລັດຖະທູດເກົາຫຼີພວກເຮົາ ໄດ້ຈັດສົ່ງອາຈານສອນພາສາເກົາຫຼີ, ຈັດມະຫະກຳວັດທະນະທໍາເກົາຫລີ, ຈັດງານແຂ່ງຂັນກິລາເທັກກວັນໂດ່ ຊິງຂັນຕ່າງໆ, ຈັດງານວາງສະແດງຜະລິດຕະພັນ ເພື່ອໂຄສະນາສົ່ງເສີມ ໃຫ້ປະຊາຊົນລາວ ໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ປະເທດເກົາຫຼີ ຫຼາຍຂຶ້ນ.ພ້ອມກັນນັ້ນ, ສະຖານເອກອັກຄະລັດຖະທູດເກົາຫຼີ ແລະ ລັດຖະບານ ສປປ ລາວຈະຮ່ວມກັນຈັດງານ ທີ່ເປັນເອກະລັດເພຶ່ອສະເຫລີມສະຫລອງ ການສ້າງຕັ້ງສາຍພົວພັນການທູດຂື້ນໃຫມ່ລະຫວ່າງ ສ.ເກົາຫລີ ແລະ ລາວ ຄົບຮອບ 30ປີ
ອີກຢ່າງໜຶ່ງ, ສະຖານເອກອັກຄະລັດຖະທູດ ສ.ເກົາຫຼີພວກເຮົາ ຈະຊ່ວຍອຳນວຍຄວາມສະດວກ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນເກົາຫຼີ ທັງຜູ້ທີ່ກຳລັງອາໄສຢູ່ໃນ ສປປ ລາວ ເປັນໄລຍະຍາວ ແລະ ຜູ້ທີ່ມາທ່ອງທ່ຽວ ສປປ ລາວ ເປັນໄລຍະສັ້ນ. ຂໍໃຫ້ບັນດາທ່ານທັງຫຼາຍ ຊ່ວຍຕິດຕາມ ແລະ ເປັນກຳລັງໃຈ ໃຫ້ແກ່ສະຖານເອກອັກຄະລັດຖະທູດ ສ.ເກົາຫຼີຂອງພວກເຮົາ ໃນຄວາມພະຍາຍາມ ທີ່ຈະຊຸກຍູ້ສົ່ງເສີມ ໃຫ້ສາຍພົວພັນຮ່ວມມື ຂອງສອງປະເທດເກົາຫຼີ ແລະ ສປປ ລາວ ມີບາດກ້າວຂະຫຍາຍຕົວ ຍິ່ງໆຂຶ້ນໄປ.
ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດເກົາຫຼີ ປະຈຳ ສປປ ລາວຈອງ ຢອງຊູ